ເຂື່ອນໄຟຟ້ານໍ້າທາ 1 ສະຫຼຸບຜົນການຈັດຕັ້ງປະຕິບັດ  ວຽກງານຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ

ເຂື່ອນໄຟຟ້ານໍ້າທາ 1 ສະຫຼຸບຜົນການຈັດຕັ້ງປະຕິບັດ  ວຽກງານຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ
ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງນໍ້າທາ ໂຄງການເຂື່ອນໄຟຟ້ານໍ້າທາ 1 ສະຫຼຸບຜົນການຈັດຕັ້ງປະຕິບັດ ວຽກງານຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນປະຈໍາປີ 2023 ແລະ ທິດທາງແຜນການ 2024 ຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງທ່ານ ຄໍາພອນ ເດດລໍວົງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ວິລະພອນ ວົງຊູນນະລາດ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ມີບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເມືອງນາແລ  ແຂວງຫຼວງນໍ້າທາ, ເມືອງຜາອຸດົມແຂວງບໍ່ແກ້ວ,ລັດວິສາຫະກິດໄຟຟ້າລາວ,ຕາງໜ້າບໍລິສັດເຂື່ອນໄຟຟ້ານໍ້າທາ 1, ບໍລິສັດທີ່ປຶກສາເຂົ້າຮ່ວມ.
ທ່ານ ວັນທອງ ແພງວິຈິດ ຕາງໜ້າບໍລິສັດທີ່ປຶກສາ ໄດ້ຕີລາຄາຜົນການຈັດຕັ້ງປະຕິບັດປີ 2023 ແລະ ທິດທາງ 2024 ຂອງວຽກງານຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ ຂອງໂຄງການເຂື່ອນໄຟຟ້ານໍ້າທາ 1 ໄດ້ໃຫ້ຮູ້ວ່າ:  ໜ້າວຽກຂອງແຜນການຟື້ນຟູ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ 2 ເຂດຄື: ເຂດນາແລ ເມືອງນາແລ ແຂວງຫຼວງນ້ຳທາ ແລະ ເຂດຫາດມວກ ເມືອງຜາອຸດົມ ແຂວງບໍ່ແກ້ວ ແຕ່ປີ 2020-2023 ປະກອບມີ 5 ໜ້າວຽກໃຫຍ່ເປັນຕົ້ນແມ່ນ ວຽກງານພັດທະນາທີ່ດິນ (ຄັງລ້ຽງສັດ, ການປົກປັກຮັກສາປ່າໄມ້ ແລະ ເຄື່ອງປ່າຂອງດົງ),ການຝຶກອົບຮົມ-ທັດສະນະສຶກສາ, ການຜະລິດສະບຽງອາຫານ ແລະ ສ້າງລາຍຮັບ, ການຜະລິດເປັນສິນຄ້າ,ການພັດທະນາຊຸມຊົນ ແລະ ສັງຄົມ. ສໍາລັບເມືອງນາແລແຂວງຫຼວງນໍ້າທາ ຜະລິດເປັນສິນຄ້າເຂດນາແລ ໄດ້ສະໜັບສະໜູນການລ້ຽງງົວ,ແບ້ ໄດ້ 30 ຄອບຄົວ,ການລ້ຽງເຜິ້ງໂກນ 1 ບ້ານ, 18 ຄອບຄົວ,ລາຍຮັບຈາກການປະມົງຫາປາເຂດໜ້າເຂື່ອນ 20 ຄອບຄົວ,ຕໍ່າຫູກ,ຕົ້ມເຫຼົ້າສ້າງລາຍຮັບໄດ້ 1 ຕື້ກວ່າກີບພາຍໃນ 3 ເດືອນແລະ ເຂດຫາດມວກ ເມືອງຜາອຸດົມ ແຂວງບໍ່ແກ້ວ ລ້ຽງງົວ,ແບ້ 15 ຄອບຄົວ ສະໜັບໜູນການປູກເຫັດ 20 ຄອບຄົວ,ໃນນັ້ນ 6 ຄອບຄົວສາມາດສ້າງລາຍຮັບໄດ້ 18 ລ້ານກີບ ພາຍໃນ 3 ເດືອນ, ສ້າງສູນສາທິດລ້ຽງງົວທອມ 5,2 ເຮັກຕາ, ປູກຫຍ້າ 4,5 ເຮັກຕາ, ສ້າງຄອກ 1 ຫຼັງ ແລະ ສາງເກັບມ້ຽນອາຫານ 1 ຫຼັງ, ວຽກງານທີ່ຄົງຄ້າງ ແມ່ນວຽກງານຈັດສັນເພື່ອລ້ຽງສັດ ແລະ ດິນປ່າໄມ້,ສຳລັບເຂດຍົກຍ້າຍຈັດສັນນາແລ 1.131 ຄອບຄົວ (1.131 ຮຕ) ແລະ ບ້ານຫາດມວກ 566 ຄອບຄົວ,(566 ຮຕ) ບໍ່ໄດ້ຈັດຕັ້ງປະຕິບັດ, ເພາະວ່າເນື້ອທີ່ຈຳກັດບໍ່ສາມາດຈັດສັນໄດ້, ການສະໜັບສະໜູນເດັກນ້ອຍທີ່ດ້ອຍໂອກາດ ໂດຍສະເພາະເຂດຍົກຍ້າຍຈັດສັນນາແລ ບໍ່ໄດ້ຈັດຕັ້ງປະຕິບັດ; ໃນເບື້ອງຕົ້ນການນຳໃຊ້ງົບປະມານດັ່ງກ່າວໄດ້ໃຊ້ເປັນແຜນປັບປຸງເຮືອນພັກໃຫ້ນັກຮຽນ,  ສໍາລັບກິດຈະກໍາອື່ນຈໍານວນໜຶ່ງທີ່ຍັງຄົງຄ້າງ ຫຼື ບໍ່ທັນໄດ້ຈັດຕັ້ງປະຕິບັດ ແມ່ນໄດ້ມີແຜນເພື່ອຈັດຕັ້ງປະຕິບັດໃນທ້າຍປີ 2023. ຍ້ອນການເບີກຈ່າຍງົບປະມານຈາກເຈົ້າຂອງໂຄງການມີຄວາມຊັກຊ້າເຮັດໃຫ້ວຽກງານອື່ນໆປະຕິບັດບໍ່ໄດ້ຕາມແຜນ; ສຳລັບທິດທາງແຜນການໃນຕໍ່ໜ້າແມ່ນຈະໄດ້ສືບຕໍ່ປະຕິບັດຄາດໝາຍແຜນການປັບປຸງຊິວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການຊຶ່ງເຮັດໃຫ້ເຂົາເຈົ້າບັນລຸຄາດໝາຍເຊັ່ນ: ມີຢູ່,ມີກິນ ແລະ ມີຂາຍ,ປັບປຸງຊິວິດການເປັນຢູ່ຂອງປະຊາຊົນປີ 2024 ໃນ 5 ຂອບໜ້າວຽກໃຫຍ່ຄື: ຈັດສັນທີ່ດິນຄັງສັດ,ການປົກປັກຮັກສາປ່າໄມ້, ຝຶກອົບຮົມ ແລະ ທັດສະນະ,ສົ່ງເສີມການຜະລິດສະບຽງອາຫານແລະ ສ້າງລາຍຮັບ,ສົ່ງເສີມຄອບຄົວທຸກຍາກ,ການຜະລິດສິນຄ້າ,ພັດທະນາຊຸມຊົນ-ສັງຄົມ ແລະ ວຽກງານອື່ນໆ. 
(ຂ່າວ-ພາບ: ມຸນຕີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ